ວັນທີ 12 ກັນຍາ 2025 ທີ່ສະໂມສອນຂອງແຂວງ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ I...

ວັນທີ 12 ກັນຍາ 2025 ທີ່ສະໂມສອນຂອງແຂວງ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ I, ຈຸດທີ 4, ເພື່ອຄັດເລືອກຜູ້ທີ່ຈະສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII. ກອງປະຊຸມພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ, ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ. ມີຄະນະບໍລິຫານງານພັກແຂວງ, ຄະນະຮັບຜິດຊອບຂັ້ນສູນກາງ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຄະນະພະແນກການ ແລະ ອົງການທຽບເທົ່າຂັ້ນແຂວງ, ພ້ອມດ້ວຍຄະນະພັກ, ຄະນະກອງພົນທະຫານຮາບທີ 3 ແລະ ຄະນະກອງບັນຊາການ ປກຊ-ປກສແຂວງ ເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ບຸນຄົງ ຫຼ້າຈຽມພອນ, ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ ໄດ້ຜ່ານມາດຖານ ແລະ ເງື່ອນໄຂຕ່າງໆຂອງຜູ້ທີ່ຈະສະໝັກຮັບເລືອກຕັ້ງ. ເຊິ່ງການທາບທາມບຸກຄະລາກອນຄັ້ງນີ້ ມີຄວາມສຳຄັນຢ່າງຍິ່ງ ເພື່ອຮັບປະກັນໃຫ້ໄດ້ບຸກຄະລາກອນທີ່ມີຄຸນນະພາບ, ມີຄວາມຮູ້, ຄວາມສາມາດ ແລະ ມີຄຸນສົມບັດ ເພື່ອປະກອບສ່ວນເຂົ້າໃນການ ຊີ້ນໍາ-ນໍາພາ ວຽກງານຂອງພັກໃນຕໍ່ໜ້າ. ຈາກນັ້ນ ບັນດາສະຫາຍຜູ້ແທນກໍ່ໄດ້ໃຊ້ສິດຂອງຕົນເອງ ປ່ອນບັດຄັດເລືອກເອົາບຸກຄະລາກອນທີ່ຕົນເອງເຫັນວ່າມີມາດຖານເງື່ອນໄຂ ເພື່ອທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII.

ພາບ-ຂ່າວ: ແສງອາທິດ

"ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336