📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
Oudomxay Government Office
ລະນຶກວັນເກີດທ່ານປະທານ ສຸພານຸວົງ ຄົບຮອບ 117 ປີ
ລະນຶກວັນເກີດທ່ານປະທານ ສຸພານຸວົງ ຄົບຮອບ 117 ປີ

ຄະນະການນຳແຂວງອຸດົມໄຊ ພົບປະອະດີດການນຳແຂວງ ເພື່ອຖອດຖອນບົດຮຽນຜົນການພັດທະນາ 6 ເດືອນຕົ້ນປີ 2026

📅 14/07/2026  ·  ✍ ຜູ້ຄຸ້ມຄອງລະບົບ  ·  👁 316 ເທື່ອ

ໃນວັນທີ 13 ກໍລະກົດ 2026 ທີ່ ຫ້ອງປະຊຸມສະໂມສອນແຂວງ ໄດ້ມີພິທີພົບປະ ລະຫວ່າງ ຄະນະນຳແຂວງອຸດົມໄຊ ຊຸດປັດຈຸບັນ ແລະ ອະດີດການນຳແຂວງ ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ,  ພ້ອມດ້ວຍຄະນະປະຈຳພັກແຂວງ, ອະດີດການນຳແຂວງ ເຂົ້າຮ່ວມ.
       ຈຸດປະສົງຂອງການພົບປະ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ ຄະນະອະດີດການນຳ ທີ່ໄດ້ເຄີຍ ຊີ້ນຳ-ນຳພາ ແລະ ຊີ້ທິດເຍືອງທາງ ໃຫ້ແກ່ ຄະນະພັກ ຊຸດປັດຈຸບັນ ໄດ້ມີແນວທາງການພັດທະນາທີ່ຖືກຕ້ອງ ໃນແຕ່ລະດ້ານຕະຫຼອດມາ.
       ໃນໂອກາດນີ້, ທ່ານ ບຸນຄົງ ຫຼ້າຈຽມພອນ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານພາຍໃຕ້ການ ຊີ້ນຳ-ນຳພາ ຂອງ ຄະນະພັກ ແລະ ຄະນະປົກຄອງແຂວງ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນ ໝາກຜົນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຕົ້ນປີ 2026 ເຊິ່ງແຂວງອຸດົມໄຊ ສາມາດຮັກສາໄດ້ຄວາມສະຫງົບ ໂດຍພື້ນຖານ. ດ້ານເສດຖະກິດມະຫາພາກ ມີການຂະຫຍາຍຕົວ ໃນລະດັບ 3.3%, ລາຍໄດ້ສະເລ່ຍໃສ່ຫົວຄົນ ບັນລຸໄດ້ 1,512 ໂດລາສະຫະລັດ/ຄົນ/ປີ ໂດຍໄດ້ຮັບແຮງຂັບເຄື່ອນ ຈາກ 4 ທ່າແຮງຫຼັກ ເປັນຕົ້ນແມ່ນ ທ່າແຮງດ້ານກະສິກຳ: ສຸມໃສ່ການປູກພືດຍຸດທະສາດ ຄື: ຢາງພາລາ ເນື້ອທີ່ເກັບກູ້ກວ່າ 29,000 ເຮັກຕາ ສາມາດສ້າງເມັດເງິນໝູນວຽນໃຫ້ປະຊາຊົນໄດ້ເຖິງ 13-15 ຕື້ກີບຕໍ່ວັນ, ພ້ອມທັງສົ່ງເສີມການປູກອ້ອຍ, ພືດລະດູແລ້ງ, ມັນຕົ້ນ, ສາລີ ແລະ ການຫັນປ່ຽນການລ້ຽງສັດເປັນຟາມທັນສະໄໝ. ທ່າແຮງດ້ານອຸດສາຫະກຳປຸງແຕ່ງ ແລະ ພະລັງງານ: ຊຸກຍູ້ການຕັ້ງໂຮງງານຊີມັງ ແລະ ຂຸດຄົ້ນແຮ່ທາດ ຢູ່ ເມືອງນາໝໍ້ ແລະ ເມືອງໄຊ, ສືບຕໍ່ພັດທະນາໂຄງການພະລັງງານສະອາດ (ແສງຕາເວັນ 1,000 ເມກາວັດ), ກະກຽມການກໍ່ສ້າງເຂື່ອນໄຟຟ້າປາກແບງ ແລະ ການຮ່ວມມືພັດທະນານິຄົມອຸດສາຫະກຳ ອະມະຕະ. ທ່າແຮງດ້ານການບໍລິການ ແລະ ການທ່ອງທ່ຽວ: ສຸມໃສ່ວິໄສທັດຫັນເປັນ "ສູນກາງການປະຊຸມຂອງພາກເໜືອ", ປັບປຸງພື້ນຖານໂຄງລ່າງ ແລະ ແຫຼ່ງທ່ອງທ່ຽວສຳຄັນ ເຊັ່ນ: ນ້ຳກັດ, ບໍ່ນ້ຳອຸ່ນ ແລະ ໂຄງການກໍ່ສ້າງ ໂຮງແຮມ ລະດັບ 5 ດາວ ແລນມາກ ອຸດົມໄຊວີວ (Landmark Oudomxay View), ທ່າແຮງດ້ານການພັດທະນາທ່າບົກ (Dry Port): ພັດທະນາສາງຄ່ຽນຖ່າຍສິນຄ້າ ເພື່ອຮອງຮັບການເປັນຈຸດຍຸດທະສາດການຂົນສົ່ງ ລະຫວ່າງ ລາວ-ຈີນ ແລະ ຈີນ-ອາຊຽນ.
ພ້ອມດຽວກັນນີ້, ທ່ານເລຂາພັກແຂວງ ໄດ້ຖືໂອກາດ ຂໍຄຳຄິດຄຳເຫັນ ແລະ ບົດຮຽນອັນລ້ຳຄ່າ ຈາກ ອະດີດການນຳແຂວງ ໂດຍສະເພາະແມ່ນ ວຽກງານການຂະຫຍາຍຜັງເມືອງ, ການໃຫ້ນັກທຸລະກິດສຳປະທານດິນຂອງລັດ, ການກໍ່ສ້າງຫໍຫຼັກເມືອງ ແລະ ວຽກງານອື່ນໆທີ່ສຳຄັນ ເພື່ອເປັນບ່ອນອີງໃນການຕັດສິນໃຈວຽກງານສຳຄັນຕ່າງໆຂອງແຂວງ ໃນຕໍ່ໜ້າ ແນໃສ່ເຮັດໃຫ້ ແຂວງອຸດົມໄຊ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຖືກຕ້ອງຕາມແນວທາງ ແລະ ສາມາດແກ້ໄຂສິ່ງທ້າທາຍຕ່າງໆ ຢ່າງມີປະສິດທິຜົນ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ.

 


ພາບ-ຂ່າວ: ແສງອາທິດ