📢
ຍິນດີຕ້ອນຮັບສູ່ເວັບໄຊທາງການ ຫ້ອງວ່າການແຂວງອຸດົມໄຊ  •  ແຂວງອຸດົມໄຊ ສ.ປ.ປ. ລາວ  •  ຕິດຕາມຂ່າວສານ ແລະ ປະກາດ ທາງການໃໝ່ໆ
ຫ້ອງວ່າການແຂວງອຸດົມໄຊ
ຫ້ອງວ່າການແຂວງອຸດົມໄຊ
Oudomxay Provincial Government Office

ຮອງລັດຖະມົນຕີກະຊວງການເງິນ ລາຍງານຜົນການລົງເຮັດວຽກ ຢູ່ ແຂວງອຸດົມໄຊ

📅 25/06/2026  ·  ✍ ຜູ້ຄຸ້ມຄອງລະບົບ  ·  👁 307 ເທື່ອ

ວັນທີ 24 ມິຖຸນາ ນີ້ ທີ່ ຫ້ອງຮັບແຂກ ຫ້ອງວ່າການແຂວງອຸດົມໄຊ, ທ່ານ ສຸລິວັດ ສຸວັນນະຈຸມຄຳ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ເຂົ້າພົບປະ ທ່ານ ພິໄລທອງ ຈິດມະນີ, ກຳມະການສຳຮອງສູນກາງພັກ, ຮອງປະທານຄະນະກຳມະການປົກຄອງ ແຂວງອຸດົມໄຊ ເພື່ອລາຍງານຜົນການລົງເຮັດວຽກ ຢູ່ ແຂວງອຸດົມໄຊ.

ການລົງເຮັດວຽກ ເພື່ອເຂົ້າຮ່ວມ ກອງປະຊຸມເຜີຍແຜ່ບົດລາຍງານການປະເມີນຄວາມສ່ຽງລະດັບຊາດ ແລະ ຜັນຂະຫຍາຍວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ ການກໍ່ການຮ້າຍ (AML/CFT) ຂອງ ສປປ ລາວ ພ້ອມທັງເຜີຍແຜ່ບັນດານິຕິກຳ ແລະ ມາດຕະການແກ້ໄຂ ຂໍ້ຄົງຄ້າງ ຕິດພັນກັບ ຂະແໜງສ່ວຍສາອາກອນ.

ໃນໂອກາດດັ່ງກ່າວ, ທ່ານ ພິໄລທອງ ຈິດມະນີ ໄດ້ລາຍງານສະພາບລວມຂອງແຂວງ ແລະ ສະເໜີໃຫ້ກະຊວງການເງິນ ສືບຕໍ່ ຊີ້ນຳ, ຊຸກຍູ້ ແລະ ຕິດຕາມ ຊ່ວຍເຫຼືອ ແຂວງອຸດົມໄຊ ຢ່າງໃກ້ຊິດ ໂດຍສະເພາະພະແນກການເງິນແຂວງ ເພື່ອໃຫ້ການຈັດຕັ້ງປະຕິບັດ ວຽກງານບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້.

 

ຂ່າວ: ຄຳພັນ ແກ້ວມະນີ