ວັນທີ 18 ກັນຍາ 2025 ທີ່ຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດພິທີ ລົງນາມ ເຈດຈຳນົງການສ້າງຕັ້ງສາຍພົວພັນ ມິດຕະພາບ ລະຫວ່າງ ແຂວງອຸດົມໄຊ ສປປ ລາວ ກັບ ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ, ສປ ຈີນ ເພື່ອເປັນການຂະຫຍາຍການຮ່ວມມື ມິດຕະພາບ ທີ່ເປັນມູນເຊື້ອຂອງສອງຝ່າຍ, ເພີ່ມທະວີຄວາມເຂົ້າໃຈ ແລະ ມິດຕະພາບ ລະຫວ່າງ ປະຊາຊົນສອງແຂວງ.

ຜ່ານການພົບປະປຶກສາຫາລື ສອງຝ່າຍ ໄດ້ຕົກລົງເຫັນດີ ດໍາເນີນການຮ່ວມມື ມິດຕະພາບ ທີ່ເປັນມູນເຊື້ອອັນຍາວນານ, ໝັ້ນຄົງ ແລະ ຮອບດ້ານ ບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ນໍາໃຊ້ບັນດາທ່າແຮງຂອງຕົນຢ່າງຄົບຖ້ວນ ເພື່ອສົມທົບກັນຊຸກຍູ້ການພົວພັນ ມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ສອງຝ່າຍ, ຕັ້ງໜ້າຜັນຂະຫຍາຍການແລກປ່ຽນ ແລະ ການຮ່ວມມືໃນຫຼາຍຂົງເຂດ ຄື: ຂົງເຂດການເມືອງ-ການຕ່າງປະເທດ, ຂົງເຂດປ້ອງກັນຄວາມສະຫງົບ ເຂດຊາຍແດນ, ຂົງເຂດເສດຖະກິດ ແລະ ຂົງເຂດວັດທະນະທໍາ-ສັງຄົມ (ເປັນຕົ້ນແມ່ນການທ່ອງທ່ຽວ, ການຄ້າ, ການສຶກສາ, ສາທາລະນະສຸກ, ກະສິກຳ, ຄົມມະນາຄົມຂົນສົ່ງ, ແຮງງານ, ພັດທະນາຊົນນະບົດລືບລ້າງຄວາມທຸກຍາກ ແລະ ອື່ນໆ.

ຕາມຄວາມຕ້ອງການຂອງການຮ່ວມມື ມິດຕະພາບ, ການນໍາຂັ້ນສູງ ແລະ ບັນດາພະແນກການທີ່ ກ່ຽວຂ້ອງຂອງສອງຝ່າຍ ຮັກສາການຕິດຕໍ່ພົວພັນ, ປະສານງານ, ແລກປ່ຽນຂໍ້ມູນຂ່າວສານ ແລະ ສື່ສານກັນໃນ ໄລຍະຍາວ, ສົ່ງຄະນະຜູ້ແທນຂັ້ນສູງໄປຢ້ຽມຢາມ, ເຮັດວຽກ ເຊິ່ງກັນ ແລະ ກັນ ຢ່າງໜ້ອຍ 1 ຄັ້ງຕໍ່ປີ, ສູ້ຊົນ ຊຸກຍູ້ບັນດາໂຄງການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຕໍ່ການພັດທະນາ ແລະ ບໍ່ແຊກແຊງທາງດ້ານການເມືອງ ເຊິ່ງກັນ ແລະ ກັນ, ສອງຝ່າຍເມື່ອມີການເຄື່ອນໄຫວບັນດາກິດຈະກຳ ງານບຸນປະເພນີທີ່ສໍາຄັນ ໃຫ້ມີການເຊື້ອເຊີນ ຄະນະຜູ້ແທນຂອງແຕ່ລະຝ່າຍເຂົ້າຮ່ວມ ເພື່ອແນໃສ່ຊຸກຍູ້ການພັດທະນາສາຍພົວພັນ ມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ສອງຝ່າຍ ໃນໄລຍະຍາວນານ ໂດຍອີ່ງໃສ່ທ່າແຮງເສັ້ນທາງລົດໄຟ ລາວ-ຈີນ, ສອງຝ່າຍເຫັນດີດໍາເນີນການຮ່ວມມື ຕາມໜັງສືເຈດຈຳນົງ ແລະ ພ້ອມກັນຈັດຕັ້ງປະຕິບັດ ເພື່ອກ້າວໄປສູ່ການສ້າງຕັ້ງສາຍພົວພັນ ມິດຕະພາບ ຢ່າງເປັນທາງການ ກ່ອນປີ 2027 ຮ່ວມລົງນາມເຈດຈຳນົງການສ້າງຕັ້ງສາຍພົວພັນ ມິດຕະພາບ ຕາງໜ້າ ແຂວງອຸດົມໄຊ ສປປ ລາວ ລົງນາມ ໂດຍ ທ່ານ ຄຳແສງ ອາລີ ຄະນະປະຈຳພັກແຂວງ ແລະ ຕາງໜ້າ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ລົງນາມ ໂດຍ ທ່ານ ນາງ ວູຈຸນຮົວ ຮອງເຈົ້າກິ່ງແຂວງສິບສອງພັນນາ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ພາບ-ຂ່າວ: ສຸວັນທອງ ປັນຍາຂັນ

"ທ່ຽວອຸດົມໄຊ ໄປຊົມ­ທໍາມະ­ຊາດນ້ໍາ­ຕົກ­ຕາດ­ຫົວນ້ໍາກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າໄຫ້ວພຼະ­ເຈົ້າ­ສິງ­ຄໍາ ດື່ມນ້ໍາ­ຊາ­ພັນ­ປີຂີ່ເຮືອທ່ອງທ່ຽວ ຊົມ­ທໍາມະ­ຊາດແຄມ­ຂອງ"  Whatsapp: 020 924 33336